InterNICHE



  About InterNICHE
  News
  Alternatives
  Conscientious Objection
  Resources
  How you can help
  Sponsors
  Site Map
  Links
  HOME

Introduction in other languages


 



InterNICHE Co-ordinator
Nick Jukes
42 South Knighton Road 
Leicester LE2 3LP 
England 

Tel/Fax +44 116 2109652

coordinator@interniche.org



 Introduction - Lao

 

ທ່ານ​ຄິດ​ວ່າການ​ໃຊ້​ສັດ​​ເພື່ອ​ທົດ​ລອງ​ສອນ​ທ່ານ​ໃຫ້​ຮູ້ຈັກ​ຫຍັງ​ແດ່?

ມັນ​ບໍ່ມີ​ເຫດ​ຜົນອັນ​ຈຳ​ເປັນ​ຫຍັງ​ທີ່​ຈະ​ຕ້ອງຂ້າ​ສັດ​ເພື່ອ​​ເອົາ​ມາຜ່າຕັດ​ແລະ ​ໃຊ້​ເຂົ້າ​ໃນ​ການ​ທົດ​ລອງ​ເພື່ອ ການ​ສຶກສາ ​ແລະ ການຝຶກ​ອົບຮົມ. ວິທີ​ການ​ທີ່ທັນ​ສະ​ໃໝ ​ແລະ ມີ​ການ​ປະດິດ​ສ້າງ​ໃໝ່​ໂດຍ​ທີ່​ບໍ່ຕ້ອງ​ມີ​ການ​ທຳລາຍ​ສັດ​ມີ​ຢູ່ໂດຍ​ຖົມ​ເຖ​ໄປ, ​ແລະ ​ໄດ້​ກາຍ​ມາ​ເປັນ​​​ແບບທຳນຽມຂອງ​ມະຫາວິທະຍາ​ໄລຫຼາຍ​ແຫ່ງ. ການ​ສຶກສາ​ທີ່​ມີ​ຈັນ​ຍາ​ບັນທີ່​ປາສຈາກ​ການ​​ໃຊ້ສັດ​ທີ່ເປັນ​ການທຳຮ້າຍ ​​ໄດ້ນຳ​ໃຊ້​ວິທີ​ການ​ທີ່ມີ​ປະ ສິດທິ​ຜົນກວ່າ ​ແລະ ມີ​ຄວາມ​ເໝາະສົມ​ຕໍ່ຈຸດ​ປະສົງ​ໃນ​ການ​ສິດສອນ​ຫຼາຍກວ່າ. ​ເທັກ​ໂນ​ໂລ​ຢີຂອງ​ຄອມ​ພີ​ວ​ເຕີ​ທີ່​ກ້າວໜ້າ​ໄດ້​ນຳ​ມາ​ເຊິ່ງຄວາມສາມາດ​ທີ່​ເປັນ​ໄປ​ໄດ້​ຫຼາຍວິທີນັບຕັ້ງ​ແຕ່ການຜ່າຕັດ​ທີ່​ເກືອບ​ຄື​ຂອງ​ຈິງ​ແລະ ຫ້ອງ​ທົດ​ລອງ​ທີ່​ທຳ​ຢູ່ໜ້າຈໍ​ຄອມ​ພີ​ວ​ເຕີ, ຈົນ​ເຖິງ​ການ​ທຳຂັ້ນຕອນໃນການກວດ ພະຍາດທີ່​​ໃຊ້​ການສັງ​ເກດ​ການ​ທຽມ​ໂດຍ​ໃຊ້ຄອມ​ພີ​ວ​ເຕີ​​ເຮັດຮູບຊຶມ​ເຂົ້າຢ່າງ​ເຕັມ​ປ່ຽມ​ຄື​ຂອງ​ຈິງ​ທີ່​ສຸດ. ການ​ໃຊ້​ເຄື່ອງ​ຊ່ວຍ​ໃນ​ການ​ຝຶກ​ອົບຮົມ​​ໃນ​ດ້ານ​ສີມືຄວາມ​ຊຳນານ​ໃນ​ການກວດ​ພະຍາດ ​ແລະ ການ​ປະຕິບັດ​ການຜ່າ ຕັດ​ຕົວ​ຈິງຍັງ​ລວມມີແບບ​ວີ​ທີ​ການຜ່າຕັດ​ນ້ອຍ ​ແລະ ການ​ເຮັດ​ຮຸ່ນ​ຄົນທີ່​ຄື​ຂອງ​ຈິງ ທີ່​ສຸດ ​ໂດຍ​ມີ​​ອະ​ໄວຍະ​ວະ ​ແລະ ລະບົບ​ການສົ່ງ​ກັບ​ຄືນ​ມາ​​ແບບ​ທຽມ. ວິ​ທີ່​ອື່ນ​ແມ່ນ​ອີງ​ໃສ່ການ​ທົດ​ລອງ​ໂດຍ​ໃຊ້​ຕົນ​ເອງ​ຂອງ​ນັກສຶກສາອາສາ​ສະມັກ​ໂດຍ​ໃຊ້​ອຸປະກອນ​ທີ່​ຕໍ່​ໃສ່​ຄອມ​ພີ​ວ​ເຕີ​ເພື່ອກະ​ຕຸ້ນ​ເສັ້ນປະສາດ/ກ້າມ​ເນື້ອ. 

ການ​ສຶກສາ​ທີ່​ມີ​ຈັນ​ຍາ​ບັນອາດ​ຈະ​ໃຊ້​ສັດ​​ເຂົ້າມາ​ຂ້ອງ​ກ່ຽວຂ້ອງ​ນຳກໍ​ໄດ້. ​ເມື່ອນັກສຶກສາສັດຕະ​ແພດທີ່​ຊ່ວຍ​ເພື່ອນ​ຮ່ວມ​ງານ​ທີ່​ມີປະສົບ​ການ​ໃນ​ການ​ທຳ​ການກວດ​ພະຍາດ​ຂອງ​ຄົນ​ປ່ວຍ​ທີ່​​ແທ້​ຈິງ, ​ເຂົາ​ເຈົ້າ ຮຽນຄວາມ​ຮູ້​ຄວາມ​ຊຳນານ​ໃນ​ການກວດ​ພະຍາດ, ລວມທັງ​ການ​ດູ​ແລ​ປິ່ນປົວ​ຄົນ​ປ່ວຍ ​ແລະ ນັບຖື ການ​ມີ​ຊີວິດ​ຂອງສັດ-​ໂດຍ​ກົງກັນຂ້າມ​ກັບ​ການ​​ໃຊ້ສັດການ​ໃຊ້​ສັດ​ມາ​ທົດ​ລອງ​ທີ່​ສອນ​ໃຫ້​ພວກ​ເຂົາ​ເຈົ້າ ຄິດ​ວ່າ​ສັດ​ເປັນ​ເຄື່ອງມື​ທີ່​ໃຊ້​ແລ້ວ​ກຳຈັດຖິ້ມ​ໄດ້​ພາຍຫຼັງທີ່​ໃຊ້​ແລ້ວ. ​ເມື່ອນັກ​ສຶກສາ​ຊີວະ​ສາດ​ທຳ​ການ​ສຶກສາ​ສັດ​ຢູ່​ໃນ​ບ່ອນ​ຢູ່​​ແບບ​ທຳ​ມະ​ຊາດ​ຂອງ​ພວກ​ເຂົາ​ໂດຍ​ໃຊ້​ວິທີ​ທີ່​ບໍ່ຮຸນ​ແຮງ, ພວກ​ເຂົາ​ເຈົ້າຮຽນຮູ້ຈັກ ນິໃສການປະພຶດຂອງສັດຫຼາຍກວ່າການທຳການທົດລອງກັບສັດຢູ່ໃນຫ້ອງທົດລອງສອນໃຫ້ເຂົາເຈົ້າຕັ້ງຫຼາຍເທົ່າ. ແລະ ຄຽງຄູ່ກັບການທີ່ນັກສຶກສາແພດສາດຜ່າຕັດສົບຄົນຕາຍທີ່ບໍລິຈາກໃຫ້​, ນັກສຶກສາ ສັດຕະວະແພດ ແລະ ຊີວະວິດທະຍາສາມາດປະຕິບັດການຜ່າຕັດທີ່ມີຈັນຍາບັນຕໍ່ສັດທີ່ຕາຍຍ້ອນ ການເຈັບປ່ວຍ ຫຼື ຖືກບາດເຈັບ.

ການ​ນຳ​​ໃຊ້ສັດທີ່ຖືກຂ້າຕາຍ ແລະ ການທົດລອງໂດຍໃຊ້ສັດຈະບໍ່ສອນໃຫ້ຮັກສຶກສາ ແລະ ຜູ້ຮັບການຝຶກ ອົບຮົມຮຽນຮູ້ໃນວິຊາການຫຼາຍໄປກວ່າສິ່ງທີ່ແບບ​ສຶກສາ​ທີ່​ມີ​ຈັນ​ຍາສາມາດເຮັດໄດ້. ແຕ່ວ່າແນວໃດກໍຕາມ ລຳພັງແຕ່ການທົດລອງໂດຍໃຊ້ສັດເທົ່ານັ້ນທີ່ເປັນການຝັງເຂົ້າໃນນິໃສຂອງທ່ານ ໃຫ້ຖືວ່າຊີວິດຂອງສັດບໍ່ສຳຄັນ. ພວກເຮົາຢາກໃຫ້ນັກສັດຕະວະແພດ, ນັກຄົ້ນຄວ້າ ແລະ ທ່ານໝໍ ຜູ້ເຊິ່ງໄດ້ຖືກສອນວ່າສິ່ງທີ່ມີຊີວິດສາມາດນຳເອົາມາໃຊ້ ແລະ ໂຍນຖິ້ມໄດ້ບໍ? ຄວນເອົາສັດມາຈາກປ່າ, ຫຼືມາຂັງຢູ່ໃນກົງຕະຫຼອດຊີວິດ, ໂດຍບໍ່ສາມາດສະແດງອອກເຊິ່ງລັກສະນະຕາມທຳມະຊາດຂອງພວກ ເຂົາ, ພຽງແຕ່ໄດ້ຖືກຜ່າຕັດຢູ່ເທິງຖາດຜ່າຕັດສັດໃນທີ່ສຸດ ຫຼື ຖືກກຽມໄວ້ເພື່ອໃຊ້ທຳການທົດລອງ ທີ່ໃຊ້ຄວາມຮຸນແຮງເທົ່ານັ້ນບໍ?  

ການສຶກສາທີ່ໄດ້ຮັບການພິມເຜີຍແຜ່ໄດ້ສະແດງບອກໃຫ້ຮູ້ວ່າພວກເຮົາສາມາດໄດ້ຮັບຄວາມຮູ້, 
ຄວາມ ຊຳນານ ແລະ ຄວາມເຂົ້າໃຈຕໍ່ຈັນຍາບັນມາຢ່າງມີປະສິດທິຜົນຫຼາຍກວ່າຖ້າຫາກໃຊ້ວິທີການທີ່ກ້າວໜ້າ 
ມາທົດແທນ. ແທນທີ່ຈະຖືກບັງຄັບໃຫ້ລະເມີດຄວາມເຊື່ອໃນຈັນຍາບັນຂອງຕົນ, ນັກສຶກສາ ແລະ 
ຜູ້ເຂົ້າຮັບການອົບຮົມສາມາດມີບັນຍາກາດໃນການຮຽນທີ່ດີກວ່າ ໂດຍບໍ່ຕ້ອງມີການນຳໃຊ້ສັດທີ່ເປັນ 
ການທຳລາຍ. ທ່ານມີພະລັງທີ່ຈະທຳໃຫ້ມີການປ່ຽນແປງໃໝ່ເກີດຂຶ້ນ. ກະລຸນາຕິດຕໍ່ຫາເພື່ອຈະທຳ 
ໃຫ້ການໃຊ້ສັດທີ່ເປັນການທຳລາຍໃຫ້ສິ້ນສຸດລົງ. ໃຫ້ເລືອກເອົາການສຶກສາທີ່ມີຈັນຍາບັນ!

News release
Other languages


 About InterNICHE
 News
 Resources
 Alternatives
 Conscientious
   Objection

 How you can help
 Sponsors
 Site Map
 Links
 HOME
o